ຂັ້ນຕອນດຳເນີນການຂໍຂຶ້ນທະບຽນຕົວແທນປະກັນໄພ

ລາຍລະອຽດ ຂັ້ນຕອນການສະໝັກເປັນຕົວແທນສຳລັບ ບຸກຄົນທົ່ວໄປ ແລະ ນິຕິບຸກຄົນ

ຄຳຮ້ອງ

ເງື່ອນໄຂ ແລະ ການດຳເນິນງານ

ຕົວຢາງ ບັດຕົວແທນປະກັນໄພ(ບຸກຄົນ) ແລະ ໃບຢັ້ງຢືນຕົວແທນປະກັນໄພ(ນິຕິບຸກຄົນ)

ຄ່າທຳນຽມການອອກບັດຕົວແທນປະກັນໄພ ແລະ ມາດຕະການປັບໃໝ

ມາດຕາ10: ຄ່າທຳນຽມໃນການອອກໃບອະນຸຍາດ

ຜູ້ດຳເນີນທຸລະກິດປະກັນໄພ ຕ້ອງຈ່າຍຄ່າທຳນຽມໃນການອອກໃບອຸນຸຍາດດຳເນີນທຸລະກິດປະກັນໄພຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 23 ຂອງກົດໝາຍວ່າດ້ວຍການປະກັນໄພ ສະບັບເລກທີ 06/ສພຊ, ລົງວັນທີ 21 ທັນວາ 2011 ຕາມແຕ່ລະປະເພດ ແລະ ຮູບແບບ ຂອງການອະນຸຍາດ ໂດຍມອບເຂົ້າງົບປະມານແຫ່ງລັດຜ່ານກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ຕາມອັດຕາດັ່ງນິ້:

10.1. ຄ່າທຳນຽມອອກໃບອະນຸຍາດ

  • ໃບອະນຸຍາດດຳເນີນທຸລະກິດປະກັນໄພຊີວິດ: 10.000.000 ກີບ
  • ໃບອະນຸຍາດດຳເນີນທຸລະກິດປະກັນໄພທົ່ວໄປ: 10.000.000 ກີບ
  • ໃບອະນຸຍາດໃຫ້ນິຕິບຸກຄົນເປັນຕົວແທນປະກັນໄພ: 1.000.000 ກີບ
  • ໃບອະນຸຍາດໃຫ້ນິຕິບຸກຄົນເປັນນາຍໜ້າປະກັນໄພ: 2.000.000 ກີບ
  • ອອກບັດ ຫຼື ໜັງສືຢັ້ງຢືນໃຫ້ບຸກຄົນທີ່ເປັນຕົວແທນ ຫຼື ນາຍໜ້າປະກັນໄພ:300.000ກີບ

10.2. ຄ່າທຳນຽມຕໍ່ໃບອະນຸຍາດ

  • ໃບອະນຸຍາດສືບຕໍ່ດຳເນີນທຸລະກິດປະກັນໄພຊີວິດ: 2.000.000 ກີບ
  • ໃບອະນຸຍາດສືບຕໍ່ດຳເນີນທຸລະກິດປະກັນໄພທົ່ວໄປ: 2.000.000 ກີບ
  • ໃບອະນຸຍາດໃຫ້ນິຕິບຸກຄົນສືບຕໍ່ເປັນຕົວແທນປະກັນໄພ: 1.000.000 ກີບ
  • ໃບອະນຸຍາດໃຫ້ນິຕິບຸກຄົນສືບຕໍ່ເປັນນາຍໜ້າປະກັນໄພ: 5.000.000 ກີບ
  • ຕໍ່ບັດ ຫຼື ໜັງສືຢັ້ງຢືນໃຫ້ບຸກຄົນທີ່ເປັນຕົວແທນ ຫຼື ນາຍໜ້າປະກັນໄພ: 200.000 ກີບ

ມາດຕາ12: ການປັບໃໝ

ຜູ້ດຳເນິນທຸລະກິດ, ຕົວແທນ ແລະ ນາຍໜ້າປະກັນໄພ ທີ່ລະເມີດລະບຽບການຕາມທີ່ກຳນົດໄວ້ໃນຄຳແນະນຳສະບັບນີ້ຈະຖືກປັບໃໝຕາມແຕ່ລະກໍ່ລະນີດັ່ງນີ້:

12.1. ພາຍຫຼັງໄດ້ຮັບໃບອະນຸຍາດລົງທຶນແລ້ວ ພາຍໃນ 3 ເດືອນ ຕ້ອງປິ່ນເອກະສານຄຳຮ້ອງຂໍອະນຸຍາດດຳເນິນທຸລະກິດນຳກະຊວງການເງິນ ຖ້າກາຍກຳນົດເວລາ 3 ເດືອນ ຈະຖືກປັບໃໝ 20 ລ້ານກີບ

12.2.1. ການຢືນຄຳຮ້ອງຂໍຕໍ່ໃບອະນຸຍາດດຳເນີນທຸລະກິດ, ເປັນຕົວແທນ ແລະ ນາຍໜ້າປະກັນໄພ ຫາກມີການຊັກຊ້າ ຈະຖືກປັບໃໝດັ່ງນິ້:

  • ຖ້າເກີນກວ່າ 3 ເດືອນ ຈະຖືກປັບໃໝເປັນໜຶ່ງເທົ່າຂອງຄ່າທຳນຽມອອກໃບອະນຸຍາດຕາມແຕ່ລະປະເພດ;
  • ຖ້າເກີນກວ່າກຳນົດ 3 ເດືອນຂຶ້ນໄປ ແຕ່ບໍ່ເຖິງ 6 ເດືອນ ຈະຖືກປັບໃໝ 5 ເທົ່າຂອງຄ່າທຳນຽມອອກໃບອະນຸຍາດຕາມແຕ່ລະປະເພດ;
  • ຖ້າເກີນກຳນົດ 6 ເດືອນຂຶ້ນໄປ ຈະຖືກປັບໃໝ 10 ເທົ່າຂອງຄ່າທຳນຽມອອກໃບອະນຸຍາດຕາມແຕ່ລະປະເພດ ພ້ອມກັນນັ້ນຈະຖືກສັ່ງໃຫ້ໂຈະການດຳເນີນທຸລະກິດ ແລະ ຮັບຜິດຊອບຕໍ່ຜົນເສຍຫາຍທາງແພ່ງທັງໝົດ

12.2.2. ຫາກມີການແຈ້ງຂໍ້ມູນເທັດບໍ່ຖືກຕ້ອງຕາມຄວາມຈິງ, ປອມແປງເອກະສານ ຫຼື ປົກປິດຂໍ້ມູນເວລາປະກອບເອກະສານ ຫຼື ຂໍອະນຸຍາດສຶບຕໍ່ທຸລະກິດປະກັນໄພ ຈະຖືກປັບໃໝຕື່ມອີກ 10 ເທົ່າ ຂອງຄ່າທຳນຽມອອກໃບອະນຸຍາດ ຕາມແຕ່ລະປະເພດ, ນອກຈາກນັ້ນຍັງຈະໄດ້ຮັບໂທດຕາມລະບຽບກົດໝາຍ

ໜັງສືແຈ້ງການຕໍ່ບັດ / ໃບຢັ້ງຢືນ ຕົວແທນປະກັນໄພ

ດາວໂຫຼດຄຳຮ້ອງ ສຳລັບບຸກຄົນທົ່ວໄປ ແລະ ນິຕິບຸກຄົນໄດ້ຕາມລິ້ງລຸ່ມນີ້:

Scroll to Top