ການຮ່ວມມືວຽກງານປະກັນໄພ ລະຫວ່າງ ກົມ ຄລປ ກະຊວງການເງິນ ສປປ ລາວ ແລະ ສຳນັກງານຄຸ້ມຄອງປະກັນໄພກຳປູເຈຍ

ຕອນເຊົ້າ ວັນທີ4/2/2025 ທີ່ສຳນັກງານຄุ้ຸມຄອງປະກັນໄພກຳປູເຈຍ(IRC) ໄດ້ມີພິທີເຊັນMOU ການຮ່ວມມືວຽກງານປະກັນໄພ ລະຫວ່າງ ກົມ ຄລປ ກະຊວງການເງິນ ສປປ ລາວ ແລະ ສຳນັກງານຄຸ້ມຄອງປະກັນໄພກຳປູເຈຍໂດຍການເປັນສັກຂີພະຍານຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດແລະເອກະຊົນທັງສອງຝ່າຍເຂົ້າຮ່ວມ. ຈຸດປະສົງຂອງການເຊັນMOUແມ່ນເປັນການຜັນຂະຫຍາຍແຜນພັດທະນາວຽກງານປະກັນໄພ5ປີຄັ້ງທີI(2021-2025) ຊຶ່ງໃນນີ້ລວມມີແຜນຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ກຳປູເຈຍໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນການຄຸ້ມຄອງວຽກງານປະກັນໄພໂດຍສະເພາະລະບຽບການຄຸ້ມຄອງຜະລິດຕະພັນປະກັນໄພ, ວຽກງານຕ້ານການຟອກເງິນ, ວຽກງານການສະຫນອງທຶນ ແລະ ການປະກັນໄພສຳລັບໄພພິບັດທາງທຳມະຊາດເປັນຕົ້ນ, ໂດຍແນໃສການສົ່ງເສີມການເຊື່ອງໂຍງວຽກງານປະກັນໄພຂອງ ສປປ ລາວ ກັບພາກພື້ນ ແລະສາກົນ ພ້ອມທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

Scroll to Top