ໃໃນວັນອາທິດທີ່ 26/07/2025 ທີ່ ແຂວງ ຈຳປາສັກ ໄດ້ຈັດຝຶກອົບຮົມ ຫລັກສູດຕົວແທນ ແລະນາຍຫນ້າ ປະກັນໄພ ຊຸດທີ່ 9 ຂື້ນ ເຊິ່ງການຝຶກອົບຮົມຄັ້ງນີ້ ເປັນການຮ່ວມມືລະຫວ່າງ ກົມ ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ຮ່ວມກັບ ສະຖາບັນການ-ເງິນການບັນຊີ ດົງຄຳຊ້າງ ມີຜູ້ເຂົ້າຮ່ວມ ທັງໝົດ 78ຄົນ ແລະ ຜູ້ຕາງຫນ້າຈາກພະແນກການເງິນ ແຂວງຈຳປາສັກ ເຂົ້າຮ່ວມຕິດຕາມ ຫລັກສູດປະກັນຊີວິດ ວິຊາທີ່ຈະຂື້ນບັນຍາຍປະກອບດ້ວຍ 05 ວິຊາຮຽນຄື : 1.ວິຊາຄວາມຮູ້ທົ່ວໄປ ແລະ ເງື່ອນໄຂ ກ່ຽວກັບການເປັນຕົວແທນ ຄົນກາງປະກັນໄພ 2. ວິຊາກົດໝາຍປະກັນໄພ ແລະ ບັນດານິຕິກຳທີ່ກ່ຽວຂ້ອງກັບຄົນກາງປະກັນໄພ 3. ວິຊາຄວາມຮູ້ກ່ຽວກັບກ່ຽວກັບຜະລິດຕະພັນປະກັນໄພ: ປະກັນຊີວິດ 4. ວິຊາຄວາມຮູ້ກ່ຽວກັບການຂາຍ ແລະ ການບໍລິການທີ່ດີ 5. ວິຊາຈັນຍາບັນ ແລະ ຈັນຍາທຳ ໃນການປະກອບອາຊີບຂອງຕົວແທນ ແລະ ນາຍໜ້າປະກັນໄພ .








