ໃນວັນອາທິດທີ່ 02/08/2025 ທີ່ ແຂວງ ສະຫວັນນະເຂດ ໄດ້ຈັດຝຶກອົບຮົມ ຫລັກສູດຕົວແທນ ແລະນາຍຫນ້າ ປະກັນໄພ ຊຸດທີ່ 10 ຂື້ນ ເຊິ່ງການຝຶກອົບຮົມຄັ້ງນີ້ ເປັນການຮ່ວມມືລະຫວ່າງ ກົມ ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ຮ່ວມກັບ ສະຖາບັນການ-ເງິນການບັນຊີ ດົງຄຳຊ້າງ ມີຜູ້ເຂົ້າຮ່ວມ ທັງໝົດ 78ຄົນ ແລະ ຜູ້ຕາງຫນ້າຈາກພະແນກການເງິນ ແຂວງຈຳປາສັກ ເຂົ້າຮ່ວມຕິດຕາມ ຫລັກສູດປະກັນຊີວິດ ວິຊາທີ່ຈະຂື້ນບັນຍາຍປະກອບດ້ວຍ 05 ວິຊາຮຽນຄື:
- ວິຊາຄວາມຮູ້ທົ່ວໄປ ແລະ ເງື່ອນໄຂ ກ່ຽວກັບການເປັນຕົວແທນ ຄົນກາງປະກັນໄພ
- ວິຊາກົດໝາຍປະກັນໄພ ແລະ ບັນດານິຕິກຳທີ່ກ່ຽວຂ້ອງກັບຄົນກາງປະກັນໄພ
- ວິຊາຄວາມຮູ້ກ່ຽວກັບກ່ຽວກັບຜະລິດຕະພັນປະກັນໄພ: ປະກັນຊີວິດ
- ວິຊາຄວາມຮູ້ກ່ຽວກັບການຂາຍ ແລະ ການບໍລິການທີ່ດີ
- ວິຊາຈັນຍາບັນ ແລະ ຈັນຍາທຳ ໃນການປະກອບອາຊີບຂອງຕົວແທນ ແລະ ນາຍໜ້າປະກັນໄພ.