ກອງປະຊຸມການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນຂອງສປປລາວຕິດພັນກັບຂະແໜງການປະກັນໄພທີ່ນະຄອນຫຼວງວຽງຈັນ

ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ກົມຄຸ້ມຄອງ, ວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ກໍ່ຄືຄະນະຮັບຜິດຊອບ ການປະເມີນຂະແໜງການປະກັນໄພ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ບັນດາເອກະສານການປະເມີນຄວາມສ່ຽງແຫ່ງຊາດ ໃນຄັ້ງວັນທີ 18 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍປະກອບມີບັນດາບໍລິສັດປະກັນໄພ ໃນ ສປປ ລາວ ເຂົ້າຮ່ວມ. ຈຸດປະສົງ ການປະເມີນໃນຄັ້ງນີ້ແມ່ນເພື່ອແກ້ໄຂຂໍ້ຄົງຄ້າງ ຕາມບົດປະເມີນຜົນຂອງ ສປປ ລາວ ຄັ້ງທີ II (Lao PDR Mutual Evaluation Report 2023 “MER”) ທີ່ຖືກຮັບຮອງໃນເດືອນ ຕຸລາ 2023 ແລະ ຜົນການປະເມີນຊີ້ໃຫ້ເຫັນວ່າ ບໍ່ສາມາດປະຕິບັດຕາມມາດຖານຂອງອົງການຕ້ານການຟອກເງິນສາກົນ ຈຶ່ງເຮັດໃຫ້ ສປປ ລາວ ຕົກຢູ່ໃນບັນຊີສີເທົາ ຂອງກຸ່ມອາຊີປາຊິຟິກ ເພື່ອຕ້ານການຟອກເງິນ (Asia Pacific on Anti-Money Laundering “APG”) ແລະ ສຕຟງ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງສໍາເລັດການສັງລວມຂໍ້ມູນ ແລະ ຄວາມຄືບໜ້າໃນການແກ້ໄຂຂໍ້ຄົງຄ້າງ ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈາກບັນດາ ກະຊວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມທັງໄດ້ສັງລວມເຂົ້າໃນຮ່າງບົດລາຍງານດັ່ງກ່າວ, ຊຶ່ງມີທັງຂໍ້ມູນຄວາມຄືບໜ້າດ້ານນິຕິກໍາທີ່ຕິດພັນກັບຂໍ້ແນະນໍາຄື: 3, 5, 6, 10, 11 ແລະ 20) ແລະ ຄວາມຄືບໜ້າດ້ານປະສິດທິຜົນ ທີ່ຕິດພັນກັບວຽກງານການປະເມີນຄວາມສ່ຽງ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ​ ຂອງ ສປປ ລາວ, ກອງປະຊຸມຂອງໄດ້ເນັ້ນໃສ່ເນື້ອໃນການຕອບແບບສອບຖາມສະເພາະຂະແໜງການປະກັນໄພໃນການຈັດຕັ້ງປະຕິບັດວຽກງານ

Scroll to Top