Author name: admin11

ກິດຈະກຳ

ງານສຳມະນາຫຼັກສູດການປະກັນຊີວິດອາຊຽນ ສຳລັບຜູ້ບໍລິຫານລະດັບສູງ ປະຈໍາປີ 2026(ຄັ້ງທີ2)

ໃນລະຫວ່າງວັນທີ 25-29 ພຶດສະພາ 2026 ທີ່ ບາງກອງ ປະເທດໄທ. ທ່ານ ໄພທຸນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ ພ້ອມດ້ວຍຄະນະ ແລະ ຜູ້ຕາງໜ້າຈາກສະມາຄົມປະກັນໄພແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມງານສຳມະນາຫຼັກສູດການປະກັນຊີວິດອາຊຽນ ສຳລັບຜູ້ບໍລິຫານລະດັບສູງ ປະຈໍາປີ

ກິດຈະກຳ

ການຈັດກອງປະຊຸມສຳມະນາ ດ້ານການປະກັນໄພ ແລະ ການຄຸ້ມຄອງຄວາມສ່ຽງ ໃນຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່

ໃນວັນທີ 24 ເມສາ 2026, ບໍລິສັດ ຈຳປາປະກັນໄພ ຈຳກັດ ຮ່ວມກັບ ກົມຄຸ້ມຄອງລັດວິສາຫະກິດການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມສຳມະນາວິຊາການ ໃນຫົວຂໍ້ “ການປະກັນໄພ ແລະ ການຄຸ້ມຄອງຄວາມສ່ຽງ ໃນຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່” ໂດຍການເຂົ້າຮ່ວມຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ

ກິດຈະກຳ

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 2 ຂອງສົກປີ 2026

ໃນລະຫວ່າງວັນທີ 2-4 ມີນາ 2026, ຢູ່ ນະຄອນໂອຊາກາ, ປະເທດຍີ່ປຸ່ນ, ທ່ານ ສົມໄຊ ແກ້ວວັນດີ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ແລະ ຄະນະຈາກກະຊວງການເງິນ ໄດ້ເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 2 ຂອງສົກປີ 2026 ແລະ ກອງປະຊຸມປິ່ນອ້ອມ. ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 2 ຂອງສົກປີ 2026 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4

ກິດຈະກຳ

ກອງປະຊຸມເຈົ້າໜ້າທີ່ອາວຸໂສເພື່ອກະກຽມໃຫ້ແກ່ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM-WG) ແລະ ກອງປະຊຸມຄັ້ງທີ 2 ຂອງຄະນະເຮັດວຽກດ້ານການສະໜອງທຶນ ແລະ ການປະກັນໄພພິບັດ (WG-DRFI) 9-14 ກຸມພາ 2026, ບໍຮໍ, ຟິລິບປິນ

ໃນລະຫວ່າງວັນທີ 9-14 ກຸມພາ 2026 ທ່ານ ສົມໄຊ ແກ້ວວັນດີ, ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ, ກະຊວງການເງິນ ພ້ອມດ້ວຍວິຊາການໄດ້ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສເພື່ອກະກຽມໃຫ້ແກ່ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM-WG) ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ຈັດຂຶ້ນຢູ່ ເມືອງ ບໍຮໍ, ປະເທດຟິລິບປິນ.

ກິດຈະກຳ

ລະຫວ່າງວັນທີ 21-23 ມັງກອນ 2026, ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ(ກົມ ຄ ວ ກ) ກະຊວງການເງິນ ພ້ອມດ້ວຍຄະນະພະແນກຄຸ້ມຄອງການປະກັນໄພ ໄດ້ເດີນທາງໄປແລກປ່ຽນບົດຮຽນການຄຸ້ມຄອງວຽກງານປະກັນໄພ ຕາມການເຊີນຂອງສຳນັກງານຄຸ້ມຄອງ ແລະ ສົ່ງເສີມການປະກອບທຸລະກິດປະກັນໄພ ແຫ່ງປະເທດໄທ ຮ່ວມກັບ ບໍລິສັດ ກຸງເທບ ປະກັນໄພ ຈຳກັດ(ມະຫາຊົນ).

ໂດຍປະຕິບັດຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈ(MOU) ລະຫວ່າງ ກົມຄຸ້ມຄອງວິສາຫະກິດການເງິນ ແລະ ສໍານັກງານຄຸ້ມຄອງ-ສົ່ງເສີມການປະກອບທຸລະກິດປະກັນໄພ(OIC) ແຫ່ງປະເທດໄທ, ເຊິ່ງໄດ້ມີການແລກປ່ຽນບົດຮຽນການຄຸ້ມຄອງວຽກງານປະກັນໄພຮ່ວມກັນເລື່ອຍມາ ໃນຮູບແບບເຊິງໜ້າ ແລະ ແບບ Online ຮ່ວມກັນເລື່ອຍມາແຕ່ປີ2016ເປັນຕົ້ນມາ. ສຳລັບປີ 2026 ກົມ ຄ ວ ກ ແລະ ສຳນັກງານ

ກິດຈະກຳ

ສ້າງຄວາມຮູ້ທາງດ້ານການປະກັນໄພ ໃຫ້ແກ່ຕົວແທນ ແລະ ນາຍໜ້າປະກັນໄພ ຂອງ ສປປ ລາວ ທີ່ແຂວງຫຼວງພະບາງ

ສ້າງຄວາມຮູ້ທາງດ້ານການປະກັນໄພ ໃຫ້ແກ່ຕົວແທນ ແລະ ນາຍໜ້າປະກັນໄພ ຂອງ ສປປ ລາວ ທີ່ແຂວງຫຼວງພະບາງໃນວັນທີ 09 ສິງຫາ 2025, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມຫລັກສູດຕົວແທນ ແລະ ນາຍໜ້າ ປະກັນໄພ ຊຸດທີ່

ກິດຈະກຳ

ຫລັກສູດຕົວແທນ ແລະນາຍຫນ້າ ປະກັນໄພ ຊຸດທີ່ 12

ໃນວັນເສົາ ວັນທີ 13/09/2025 ທີ່ ສະຖາບັນເສດຖະກິດການເງິນ ໄດ້ຈັດຝຶກອົບຮົມ ຫລັກສູດຕົວແທນ ແລະນາຍຫນ້າ ປະກັນໄພ ຊຸດທີ່ 12 ຂື້ນ ເຊິ່ງ​ການ​ຝຶກ​ອົບ​ຮົມ​ຄັ້ງ​ນີ້ ເປັນ​ກ​ານ​ຮ່ວມ​ມື​ລະ​ຫວ່າງ ກົມຄຸ້ມ​ຄອງວິ​ສາ​ຫະ​ກິດ​ລັດ​ລົງ​ທຶນ ແລະ ການ​ປະ​ກັນ​ໄພ ຮ່ວມກັບ ສະ​ຖາ​ບັນ​ ເສດຖະກິດ-ການເງິນ

ກິດຈະກຳ

ກອງປະຊຸມການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນຂອງສປປລາວຕິດພັນກັບຂະແໜງການປະກັນໄພທີ່ນະຄອນຫຼວງວຽງຈັນ

ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ກົມຄຸ້ມຄອງ, ວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ກໍ່ຄືຄະນະຮັບຜິດຊອບ ການປະເມີນຂະແໜງການປະກັນໄພ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ບັນດາເອກະສານການປະເມີນຄວາມສ່ຽງແຫ່ງຊາດ ໃນຄັ້ງວັນທີ 18 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍປະກອບມີບັນດາບໍລິສັດປະກັນໄພ ໃນ ສປປ ລາວ ເຂົ້າຮ່ວມ.

Scroll to Top