ສ້າງຄວາມຮູ້ທາງດ້ານການປະກັນໄພ ໃຫ້ແກ່ຕົວແທນ ແລະ ນາຍໜ້າປະກັນໄພ ຂອງ ສປປ ລາວ ທີ່ແຂວງຫຼວງພະບາງ
ໃນວັນທີ 09 ສິງຫາ 2025, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມຫລັກສູດຕົວແທນ ແລະ ນາຍໜ້າ ປະກັນໄພ ຊຸດທີ່ 11 ຂຶ້ນ ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ມີນັກສໍາມະນາກອນເຂົ້າຮ່ວມ ທັງໝົດ 78 ທ່ານ ເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມື ລະຫວ່າງ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ແລະ ສະຖາບັນເສດຖະກິດ-ການເງິນ (ດົງຄຳຊ້າງ) ເຊິ່ງຈະໄດ້ລົງເລິກໃນ 05 ວິຊາຮຽນຄື :
1.ວິຊາຄວາມຮູ້ທົ່ວໄປ ແລະ ເງື່ອນໄຂ ກ່ຽວກັບການເປັນຕົວແທນ ຄົນກາງປະກັນໄພ;
2. ວິຊາກົດໝາຍປະກັນໄພ ແລະ ບັນດານິຕິກຳທີ່ກ່ຽວຂ້ອງກັບຄົນກາງປະກັນໄພ;
3. ວິຊາຄວາມຮູ້ກ່ຽວກັບກ່ຽວກັບຜະລິດຕະພັນປະກັນໄພ: ປະກັນຊີວິດ;
4. ວິຊາຄວາມຮູ້ກ່ຽວກັບການຂາຍ ແລະ ການບໍລິການທີ່ດີ;
5. ວິຊາຈັນຍາບັນ ແລະ ຈັນຍາທຳ ໃນການປະກອບອາຊີບຂອງຕົວແທນ ແລະ ນາຍໜ້າປະກັນໄພ.