ຕອນເຊົ້າຂອງວັນສຸກ ວັນທີ 19 ທັນວາ 2025 ໃນງານມະຫາກໍາການເງິນລາວ 2025 (Lao Money Expo 2025)ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ).

     ຕອນເຊົ້າຂອງວັນສຸກ ວັນທີ 19 ທັນວາ 2025 ໃນງານມະຫາກໍາການເງິນລາວ 2025 (Lao Money Expo 2025) ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ). ກະຊວງການເງິນ ໄດ້ຈັດເວທີສົນທະນາກ່ຽວກັບວຽກງານປະກັນໄພ ປະກອບມີ 02 ຫົວຂໍ້ຄື:

  1. ການຄຸ້ມຄອງປະກັນໄພແບບບັງຄັບຕາມກດໝາຍວ່າດ້ວຍການປະກັນໄພກຳໜົກ ແລະ ແບບສະໝັກໃຈ ທີ່ຕິດພັນກັບການຄຸ້ມຄອງພາຫະນະ ແລະ ນາໃຊ້ເສັ້ນທາງ;
  2. ຄວາມສາມາດໃນການແຂ່ງຂັນການບໍລິການປະກັນສຸຂະພາບ ຂອງ ບລິສັດ ປະກັນໄພໃນ ສປປ ລາວ; ງານມະຫາກາການເງິນລາວ 2025 ການຄ້າລາວ-ໄອເຕັກ
       ທັງນີ້, ກໍເພື່ອເປັນການສົ່ງເສີມທຸລະກິດປະກັນໄພ ໂດຍ ສະເພາະປະກັນໄພລົດ ແລະ ປະກັນສຸຂະພາບ ເພື່ອເປັນການປຸກລະດົມມວນຊົນໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ແນວທາງນະໂຍບາຍຂອງລັດ ແລະ ການເຂົ້າເຖິງການ ບໍລິການຂອງບັນດາໂຮງໝໍຄຣີນິກຕ່າງໆ ແລະ ຜົນປະໂຫຍດທີ່ຕິດພັນກັບການນໍາໃຊ້ສິດປະກັນສັງຄົມຮ່ວມກັບສິດປະກັນໄພສຸຂະພາບທີ່ບັນດາບໍລິສັດປະກັນໄພໃຫ້ບໍລິການແກ່ສັງຄົມ ໃຫ້ແກ່ມວນຊົນທົ່ວໄປ ແລະ ສ້າງໂອກາດໃນການ ແລກປ່ຽນຂໍ້ມູນ ແລະ ວິໄສທັດຮ່ວມກັນ. ສໍາລັບງານດັ່ງກ່າວ ຈັດຂື້ນໃນວັນທີ 19 ທັນວາ 2025, ເວລາ 10:30-12:00 ໂມງ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ກົມຄຸ້ມຄອງວິສາຫະກິດການເງິນ,ພະແນກສືບສວນສອບສວນຄະດີອຸບັດຕິເຫດ ກົມຈາລະຈອນ ກະຊວງປ້ອງກັນຄວາມສະຫງບ, ກົມອາຫານ ແລະ ຢາ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ , ຫ້ອງການປະກັນໄພກັນສຸຂະພາບ, ຂະແໜງ ໂຄສະນາ-ປະຊາສາພັນ, ອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະມາຄົມປະກັນໄພແຫ່ງ ສປປລາວ;
Scroll to Top