ລະຫວ່າງວັນທີ 21-23 ມັງກອນ 2026, ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ(ກົມ ຄ ວ ກ) ກະຊວງການເງິນ ພ້ອມດ້ວຍຄະນະພະແນກຄຸ້ມຄອງການປະກັນໄພ ໄດ້ເດີນທາງໄປແລກປ່ຽນບົດຮຽນການຄຸ້ມຄອງວຽກງານປະກັນໄພ ຕາມການເຊີນຂອງສຳນັກງານຄຸ້ມຄອງ ແລະ ສົ່ງເສີມການປະກອບທຸລະກິດປະກັນໄພ ແຫ່ງປະເທດໄທ ຮ່ວມກັບ ບໍລິສັດ ກຸງເທບ ປະກັນໄພ ຈຳກັດ(ມະຫາຊົນ).

ໂດຍປະຕິບັດຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈ(MOU) ລະຫວ່າງ ກົມຄຸ້ມຄອງວິສາຫະກິດການເງິນ ແລະ ສໍານັກງານຄຸ້ມຄອງ-ສົ່ງເສີມການປະກອບທຸລະກິດປະກັນໄພ(OIC) ແຫ່ງປະເທດໄທ, ເຊິ່ງໄດ້ມີການແລກປ່ຽນບົດຮຽນການຄຸ້ມຄອງວຽກງານປະກັນໄພຮ່ວມກັນເລື່ອຍມາ ໃນຮູບແບບເຊິງໜ້າ ແລະ ແບບ Online ຮ່ວມກັນເລື່ອຍມາແຕ່ປີ2016ເປັນຕົ້ນມາ. ສຳລັບປີ 2026 ກົມ ຄ ວ ກ ແລະ ສຳນັກງານ OIC Thai ຈະໄດ້ມີການແລກປ່ຽນບົດຮຽນກ່ຽວກັບລະບຽບການຄຸ້ມຄອງປະກັນໄພລົດໄຟຟ້າ, Insurance Regulatory Sandbox ເພື່ອສົ່ງເສີມນະວັດຕະກໍາໃໝ່ ໂດຍຈະເປີດໂອກາດໃຫ້ບໍລິສັດ ປະກັນໄພ ທົດສອບແນວຄວາມຄິດປະກັນໄພໃໝ່ໆ ແລະ ຜະລິດຕະພັນປະກັນໄພຈຸລະພາກສຳລັບກຸ່ມກະສິກຳທີ່ມີລາຍໄດ້ຕໍ່າ. ນອກຈາກນັ້ນຍັງໄດ້ລົງຢ້ຽມຢາມບໍລິສັດ Bangkok insurance public Co.,Ltd; ບໍລິສັດ Thai Reinsurance Public Co.,Ltd, ບໍລິສັດ Global adjusting technical services (Thailand) Co.,Ltd  ແລະ ລົງຢ້ຽມຢາມອູ້ສ້ອມແປງລົດທີ່ມີມາດຕະຖານ ເພື່ອເບີ່ງຂັ້ນຕອນການຮັບລົດມາແປງ ຈົນຮອດຂັ້ນຕອນການສົ່ງມອບລົດໃຫ້ລູກຄ້າ ພ້ອມທັງລະບົບການຊຳລະສະສາງລະຫວ່າງອູ່ສ້ອມແປງລົດ ແລະ ບໍລິສັດ ປະກັນໄພ. 
ການມາເຮັດວຽກຄັ້ງນີ້ເປັນບົດຮຽນທີ່ດີຫຼາຍດ້ານ ໃນການຄຸ້ມຄອງວຽກງານປະກັນໄພຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ ໂດຍສະເພາະປະກັນໄພລົດແບບບັງຄັບ ທີ່ ສປປ ລາວ ເຮົາໄດ້ເລີ່ມປະຕິບັດມາແຕ່ເດືອນ ຕຸລາ ປີ 2025 ແລ້ວ. ແຕ່ໃນພາກປະຕິບັດຕົວຈິງຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ ຊຶ່ງການມາແລກປ່ຽນຄັ້ງນີ້ ເຫັນໄດ້ກົນໄກ ແລະ ຮູບແບບການບໍລິການຂອງຜູ້ປະກັນໄພທີ່ດີ ແມ່ນເລີ່ມຈາກແຕ່ລະບໍລິສັດປະກັນໄພຕ້ອງໄດ້ມີການປັບປຸງຂອດບໍລິການ ແລະ ຈ່າຍເງິນຄ່າຄວາມເສຍຫາຍໃຫ້ວອງໄວຂຶ້ນ.  ພ້ອມກັນນີ້, ພາກລັດກໍ່ຈະເພີ່ມປະສິດທິພາບການຄຸ້ມຄອງພ້ອມທັງຍ້ອງຍໍບໍລິສັດທີປະຕິບັດໄດ້ດີ ແລະ ໃຊ້ມາດຕະການຕໍ່ບໍລິສັດ ທີ່ປະຕິບັດບໍ່ຖືກຕ້ອງ. ນອກຈາກນີ້ພາຍໃນປີ2026 ຍັງຈະໄດ້ມີການແລກປ່ຽນຄວາມຮູ້ ແລະ ປະສົບການຄຸ້ມຄອງວຽກງານປະກັນໄພນຳປະເທດເພື່ອນມິດອື່ນໃນພາກພື້ນ ແລະ ສາກົນ ບົນພື້ນຖານການເປັນພາຄີ ແລະ ບົດບັນທຶກຄວາມເຂົ້າໃຈຮ່ວມສອງຝ່າຍ-ຫຼາຍຝ່າຍໂດຍສະເພາະໃນຂອບການຮ່ວມມືອາຊຽນໂດຍຜ່ານສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານປະກັນໄພອາຊຽນ(AITRI), ສໍານັກງານຄຸ້ມຄອງປະກັນໄພແຫ່ງປະເທດກໍາປູເຈຍ(IRC), ສໍານັກງານຄຸ້ມຄອງການປະກັນໄພ ສສ ຫວຽດນາມ, ສໍານັກງານຄະນະກຳມະການຄຸ້ມຄອງທະນາຄານ ແລະ ປະກັນໄພ ແຫ່ງ ສປ ຈີນ(
China Banking and Insurance Regulatory Commission) ແລະ ອື່ນໆ.

Scroll to Top