ກອງປະຊຸມເຈົ້າໜ້າທີ່ອາວຸໂສເພື່ອກະກຽມໃຫ້ແກ່ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM-WG) ແລະ ກອງປະຊຸມຄັ້ງທີ 2 ຂອງຄະນະເຮັດວຽກດ້ານການສະໜອງທຶນ ແລະ ການປະກັນໄພພິບັດ (WG-DRFI) 9-14 ກຸມພາ 2026, ບໍຮໍ, ຟິລິບປິນ

ໃນລະຫວ່າງວັນທີ 9-14 ກຸມພາ 2026 ທ່ານ ສົມໄຊ ແກ້ວວັນດີ, ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ, ກະຊວງການເງິນ ພ້ອມດ້ວຍວິຊາການໄດ້ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສເພື່ອກະກຽມໃຫ້ແກ່ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM-WG) ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ຈັດຂຶ້ນຢູ່ ເມືອງ ບໍຮໍ, ປະເທດຟິລິບປິນ. ກອງປະຊຸມໄດ້ຄົ້ນຄ້ວາ ແລະ ເຫັນດີເປັນເອກະພາບກ່ຽວກັບເນື້ອໃນຂອງບັນດາບຸລິມະສິດພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ (PED) ຂະແໜງການເງິນໃນການດໍາເນີນງານທີ່ສໍາຄັນຂອງປະທານອາຊຽນ ເຊິ່ງປະກອບມີ 1) PED#4 ຕະຫຼາດທຶນອາຊຽນ ທີ່ຍືນຍົງ ແລະ ຍືດຍຸ່ນ (Sustainable and Resilient ASEAN Capital Markets), 2) PED#10 ການພັດທະນາລະບົບເຊື່ອມຕໍ່ການຊໍາລະເງິນໃນພາກພື້ນອາຊຽນ (Advancing ASEAN Regional Payments Connectivity) ແລະ 3) PED#17 ການຂັບເຄື່ອນການເງິນ-ສາທາລະນະສຸກໄປຂ້າງໜ້າ (Driving Financial Health Forward: Unlocking the Next Frontier of Financial Inclusion. ນອກຈາກນັ້ນ ກອງປະຊຸມຍັງໄດ້ຕິດຕາມບັນດາຄວາມຄືບໜ້າພາຍໃຕ້ຂອບການຮ່ວມມື AFCDM ເຊັ່ນ: ການເປີດເສລີການບໍລິການດ້ານການເງິນ (FSL), ກອງປະຊຸມຄະນະເຮັດວຽກດ້ານການສະໜອງທຶນ ແລະ ການປະກັນໄພພິບັດ (WG-DRFI) ແລະ ການຮ່ວມມືທາງການເງິນດ້ານອື່ນໆ.

    ໃນໄລຍະກອງປະຊຸມ AFCDM-WG, ຄະນະຜູ້ແທນກະຊວງການເງິນ ຍັງໄດ້ເຂົ້າຮ່ວມກອງປະຊຸມ WC-FSL ຄັ້ງທີ 84 ແລະ ໃນວັນທີ 12 ກຸມພາ 2026 ທ່ານ ສົມໄຊ ແກ້ວວັນດີ, ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ໄດ້ນໍາພາຄະນະຮັບຜິດຊອບເຂົ້າຮ່ວມກອງປະຊຸມ WG-DRFI ຄັ້ງທີ 02 ໂດຍການເປັນປະທານກອງປະຊຸມຂອງ ປະເທດມາເລເຊຍ ແລະ ມີຜູ້ແທນເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ອົງການຄູ່ຮ່ວມພັດທະນາ ເຊີ່ງກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ DRFI ນັບຈາກກອງປະຊຸມນີ້ຜ່ານມາ, ບັນດາໜ້າວຽກຂອງກອງປະຊຸມອື່ນທີ່ຕິດພັນກັບວຽກ DRFI, ການເຂົ້າເປັນສະມາຊິກຂອງປະເທດຕີມໍ, ການລາຍງານຈາກຟິລິບປີນ ໃນນາມປະທານຮ່ວມ ກ່ຽວກັບ ວຽກງານ DRF ໃນຂອບອາຊຽນ +3 ແລະ ວຽກງານ SEDRIF, ອັບເດດກ່ຽວກັບແຜນງານ ADRFI ໄລຍະ 02 ທີ່ມີແຜນຈະຈັດສຳມະນາວິຊາການໃນເດືອນ ເມສາ 2026, ຮັບຟັງແຜນການສ້າງຄວາມເຂັ້ມແຂງ ສຳລັບ ຄະນະ DRFI ປະຈຳໄລຍະ 2027–2030 ແລະ ແຜນການຈັດກອງປະຊຸມ WG-DRFI ຄັ້ງຕໍ່ໄປທີ່ເມືອງບາຫຼີ, ປະເທດອິນໂດເນເຊຍ.

Scroll to Top