ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 2 ຂອງສົກປີ 2026

ໃນລະຫວ່າງວັນທີ 2-4 ມີນາ 2026, ຢູ່ ນະຄອນໂອຊາກາ, ປະເທດຍີ່ປຸ່ນ, ທ່ານ ສົມໄຊ ແກ້ວວັນດີ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ແລະ ຄະນະຈາກກະຊວງການເງິນ ໄດ້ເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 2 ຂອງສົກປີ 2026 ແລະ ກອງປະຊຸມປິ່ນອ້ອມ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 2 ຂອງສົກປີ 2026 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ມີນາ 2026 ຢູ່ ນະຄອນໂອຊາກາ, ປະເທດຍີ່ປຸ່ນ ແມ່ນກອງປະຊຸມໜຶ່ງທີ່ສໍາຄັນ ໃນການເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືດ້ານການເງິນອາຊຽນ+3, ແລະ ຕິດຕາມສະພາບເສດຖະກິດມະຫາພາກ ແລະ ການເງິນ ຂອງປະເທດສະມາຊິກ ໃຫ້ມີສະຖຽນລະພາບ ແລະ ຍືນຍົງ, ໂດຍໄດ້ມີປຶກສາຫາລືແລກປ່ຽນບັນດາໜ້າວຽກງານຕ່າງໆຄື:

(1) ຂໍ້ລິເລີ່ມການຮ່ວມມືດານການເງິນອາຊຽນ+3 ໃໝ່ ໂດຍສະເພາະ ວຽກງານການເຊື່ອມຈອດການຊໍາລະສະສາງລະຫວ່າງປະເທດໃນອາຊຽນ+3, ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການສະໜອງທຶນໃຫ້ແກ່ໂຄງລ່າງພື້ນຖານ ແລະ ການຫັນເປັນທັນສະໄໝດ້ານການເງິນ;

(2) ການສ້າງຄວາມເຂັ້ມແຂງໃຫ້ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (ASEAN+3 Macroeconomic Research Office – AMRO) ເປັນຕົ້ນ ການປັບປຸງແຜນງົບປະມານ ແລະ ພະນັກງານ AMRO ສຳລັບສົກປີ 2027 ນັບແຕ່ກອງປະຊຸມຄັ້ງທີ 1; ແຜນກິດຈະກໍາ ກ່ຽວກັບ ການຊ່ວຍເຫຼືອດ້ານວິຊາການ ແລະ ວຽກງານສື່ສານຂອງ AMRO ສໍາລັບ ປີ 2026; ແຜນການສ້າງບົດລາຍງານສະຖຽນລະພາບດ້ານການເງິນອາຊຽນ+3 (AFSR) ເຊິ່ງຈະອະທິບາຍ ກ່ຽວກັບ ການເຊື່ອມຈອດຮອບວຽນການເງິນ ແລະ ການຫຼົ່ວໄຫຼໃນພາກພື້ນອາຊຽນ+3 ແລະ ໂລກ, ແລະ ການເຊື່ອມໂຍງການເງິນອາຊຽນ​ ສໍາລັບ ໂຄງລ່າງແບບດິຈິຕອນ; ແລະ ແຜນການປະເມີນຜົນການດໍາເນີນງານຂອງຜູ້ອໍານວຍການ AMRO;

(3) ຄວາມຄືບໜ້າການເຊັນສັນຍາ ກອງທຶນຂໍ້ລິເລີ່ມຊຽງໃໝ່ເປັນກົນໄກຫຼາຍຝ່າຍ (CMIM) ສະບັບປັບປຸງ ທີ່ໄດ້ລວມເອົາ ຂໍ້ກໍານົດທີ່ຕິດພັນກັບເຄື່ອງມືການສະໜອງທຶນຮູບແບບຮີບດ່ວນ (RFF) ເພື່ອແກ້ໄຂສະພາບຄ່ອງທາງດ້ານເສດຖະກິດ ທີ່ປັດຈຸບັນ 17 ພາກສ່ວນ ຈາກ 27 ພາກສ່ວນ ໄດ້ສໍາເລັດການລົງນາມແລ້ວ; ການກຳນົດອັດຕາດອກເບ້ຍການປ່ອຍກູ້ເປັນສະກຸນເງິນທ້ອງຖິ່ນ; ແຜນການທົດລອງກູ້ຢືມໃນກອງທຶນ CMIM ຄັ້ງທີ 17; ແລະ ແຜນການປຶກສາຫາລື ໂຄງສ້າງການສະໜອງທຶນຮູບແບບໃໝ່ ສໍາລັບ ປີ 2026 ສະບັບປັບປຸງ; 

(4) ການປະເມີນແຜນແມ່ບົດການຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາຕະຫລາດພັນທະບັດອາຊີ (Asian Bond Market Initiative – ABMI Roadmap) ສໍາລັບປີ 2026 ແລະ ຄວາມຄືບໜ້າ ການສ້າງ ABMI Roadmap ສໍາລັບຫຼັງປີ 2026 ທີ່ຈະຊ່ວຍສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຕະຫລາດພັນທະບັດສຳລັບປະເທດສະມາຊິກອາຊຽນ+3;

(5) ແຜນວຽກ (Roadmap) ເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ (Disaster Risk Financing Initiative – DRFI) ສໍາລັບ ປີ 2026-2028; ຂອບກໍານົດໜ້າວຽກ ແລະ ການຄັດເລືອກກອງເລຂາ ເພື່ອຈັດຕັ້ງປະຕິບັດແຜນວຽກຂອງ DRFI ແລະ ຄວາມຄືບໜ້າການຈັດຕັ້ງວຽກງານຂອງ SEADRIF;

(6) ການເຂົ້າຮ່ວມຂອງຕີມໍ-ເລດເຕໃນກອງປະຊຸມປຶກສາຫາລືການຮ່ວມມືການເງິນອາຊຽນ+3 ໂດຍສະເພາະແຜນການເປັນສະມາຊິກໃນ AMRO ແລະ CMIM; ການຄັດເລືອກ ຫົວຂໍ້ ສໍາລັບການແລກປ່ຽນນະໂຍບາຍການເງິນ (fiscal exchange) ລະຫວ່າງປະເທດສະມາຊິກ ສໍາລັບປີ 2026; ແລະ ແຜນການຈັດກອງປະຊຸມປຶກສາຫາລືລະດັບສູງວຽກງານທະນາຄານກາງ, ເຊິ່ງທັງສອງກອງປະຊຸມມີແຜນຈະຈັດຄຽງຄູ່ກັບ ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າທະນາຄານກາງອາຊຽນ+3ໃນເດືອນພຶດສະພານີ້.

ນອກນີ້, ກອງປະຊຸມສໍາມະນາການຊໍາລະແບບດິຈິຕອນລະຫວ່າງປະເທດ (Cross-Border Digital Payment Seminar) ໃນວັນທີ 2 ມີນາ 2026 ແມ່ນສໍາມະນາທີ່ຕິດ ພັນກັບ ການຄົ້ນຄວ້າຂໍ້ລິເລີ່ມໃໝ່ ຂອງ ການຮ່ວມມືຂອງອາຊຽນ+3 ໃນຕໍ່ໜ້າ ໂດຍສະເພາະ ໄດ້ມີການແລກປ່ຽນກັນ ກ່ຽວກັບ ຜົນກະທົບຂອງ stablecoins ຕໍ່ການຊໍາລະລະຫວ່າງປະເທດ; ໂອກາດ ແລະ ສິ່ງທ້າທາຍໃນການເສີມຂະຫຍາຍການເຊື່ອມຕໍ່ການຊໍາລະໃນອາຊຽນ+3, ແລະ ການວາງແຜນອະນາຄົດຂອງການເຊື່ອມໂຍງດ້ານການເງິນພາກພື້ນອາຊຽນ+3.

Scroll to Top