ໃນວັນທີ 24 ເມສາ 2026, ບໍລິສັດ ຈຳປາປະກັນໄພ ຈຳກັດ ຮ່ວມກັບ ກົມຄຸ້ມຄອງລັດວິສາຫະກິດການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມສຳມະນາວິຊາການ ໃນຫົວຂໍ້ “ການປະກັນໄພ ແລະ ການຄຸ້ມຄອງຄວາມສ່ຽງ ໃນຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່” ໂດຍການເຂົ້າຮ່ວມຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ສ ຫວຽດນາມ ປະຈຳ ສ ປ ປ ລາວ, ມີທ່ານ ປະລິນຍາເອກ ໄພທູນ ທ່ຽງລະໄມ ສະມາຊີກສະພາແຫ່ງຊາດ, ຄະນະພັກຫະຊວງການເງິນ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ, ມີອໍານວຍການໃຫຍ່ ພອ້ມດ້ວຍຄະນະບໍລິສັດຈໍາປາປະກັນໄພ, ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າລາວ, ກະຊວງການເງິນລາວ, ກະຊວງປ້ອງກັນປະເທດ, ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍບັນດາຄູ່ຮ່ວມມືຍຸດທະສາດ: ກຸ່ມບໍລິສັດ ປະກັນໄພ DBV, ບໍລິສັດວິລີດສ ທາວເວີວັດສັນ, ປະກັນໄພ QBE ແລະ ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂະແໜງພະລັງງານ – ບໍ່ແຮ່ ໃນພາກພື້ນເຂົ້າຮ່ວມ.
ຈຸດປະສົງຂອງການສຳມະນາ ແມ່ນເພື່ອແລກປ່ຽນບົດຮຽນສາກົນ, ຍົກສູງການຮ່ວມມື ແລະ ພັດທະນາລະບົບປະກັນໄພ ຄວບຄູ່ກັບ ການຄຸ້ມຄອງຄວາມສ່ຽງ ໃຫ້ມີປະສິດທິພາບ ແລະ ໃນການສຳມະນາ ໄດ້ປຶກສາຫາລືໃນຫຼາຍຫົວຂໍ້ສຳຄັນ ເຊັ່ນ: ບົດບາດຂອງປະກັນໄພໃນການຫຼຸດຜ່ອນຄວາມສ່ຽງ, ການນຳໃຊ້ຂໍ້ມູນໃນການຕັດສິນໃຈ, ຄວາມສ່ຽງດ້ານໄຊເບີ ແລະ ບົດຮຽນຈາກສາກົນ.
ໃນໂອກາດນີ້, ທ່ານ ປະລິນຍາເອກ ໄພທູນ ທ່ຽງລະໄມ ໄດ້ກ່າວວ່າ ການປະກັນໄພ ແລະ ການຄຸ້ມຄອງຄວາມສ່ຽງ ເປັນສອງພາລະກິດສຳຄັນທີ່ຕ້ອງດຳເນີນຄຽງຄູ່ກັນ ໃນຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ມີຄວາມສ່ຽງສູງ. ການຄຸ້ມຄອງໃຫ້ມີປະສິດທິຜົນ ຈຳເປັນຕ້ອງອີງໃສ່ ການເຂົ້າໃຈ ແລະ ວິເຄາະຄວາມສ່ຽງຢ່າງຮອບດ້ານ ພ້ອມນີ້, ທ່ານໄດ້ເນັ້ນວ່າ ໃນ ສປປ ລາວ ວຽກງານດັ່ງກ່າວ ມີຄວາມຕິດພັນກັບ ລະບົບປະກັນໄພ ທັງແບບສະໝັກໃຈ ແລະ ແບບບັງຄັບ ຕາມກົດໝາຍ ໂດຍສະເພາະ ການຄຸ້ມຄອງບຸກຄົນທີສາມ ໃນທຸກໄລຍະຂອງໂຄງການ ເພື່ອຫຼຸດຜ່ອນ ແລະ ຮັບປະກັນ ຄວາມເສຍຫາຍທີ່ອາດເກີດຂຶ້ນ.
ສຳລັບການຈັດສຳມະນາໃນຄັ້ງນີ້ ຖືວ່າເປັນເຫດການສຳຄັນ ທີ່ຈະຊ່ວຍສ້າງພື້ນຖານ ໃນການພັດທະນາຂະ ແໜງປະກັນໄພ ແລະ ການຄຸ້ມຄອງຄວາມສ່ຽງ ໃນ ສປປ ລາວ ໃຫ້ກ້າວທັນກັບສາກົນ, ພ້ອມທັງ ສະໜັບສະໜູນ ການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ໃຫ້ເກີດຄວາມມັ່ນຄົງ, ປອດໄພ ແລະ ຍືນຍົງ ໃນອະນາຄົດ.