ໃນລະຫວ່າງວັນທີ 25-29 ພຶດສະພາ 2026 ທີ່ ບາງກອງ ປະເທດໄທ. ທ່ານ ໄພທຸນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ ພ້ອມດ້ວຍຄະນະ ແລະ ຜູ້ຕາງໜ້າຈາກສະມາຄົມປະກັນໄພແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມງານສຳມະນາຫຼັກສູດການປະກັນຊີວິດອາຊຽນ ສຳລັບຜູ້ບໍລິຫານລະດັບສູງ ປະຈໍາປີ 2026(ຄັ້ງທີ2) ຊຶ່ງຈັດໂດຍ ກອງທຶນປະກັນຊີວິດຮ່ວມກັບສຳນັກງານສົ່ງເສີມ ແລະ ປະກອບການປະກັນໄພແຫ່ງປະເທດໄທ (OIC) ແລະ ສະມາຄົມປະກັນຊີວິດແຫ່ງປະເທດໄທ ຮ່ວມກັນຈັດສຳມະນາປະກັນຊີວິດອາຊຽນປະຈຳປີ2026 ເຊິ່ງເປັນຄັ້ງທີII ໂດຍເຊີນບັນດາປະເທດສະມາຊິກອາຊຽນ ແລະ ນອກອາຊຽນຈໍານວນໜຶ່ງ ເຂົ້າຮ່ວມ ເພື່ອແລກປ່ຽນປະສົບການພັດທະນາປະກັນຊີວິດ ດ້ວຍການນຳໃຊ້ເຄື່ອງມືຕ່າງໆເຂົ້າມາຊ່ວຍເພື່ອລຸດຕົ້ນທຶນ(AI, fintech, Insurtech) ໂດຍກໍານົດເອົາບົດຮຽນຂອງການສະສົມຊັບສໍາລັບບໍານານຂອງແຕ່ລະກຸ່ມອາຊີບ(ຜູ້ທີ່ມີລາຍໄດ້ຕໍ່າ, ລາຍໄດ້ປານກາງ ແລະ ຜູ້ທີ່ມີລາຍໄດ້ບໍ່ຈຳກັດ). ເພື່ອເປັນກໍລະນີສຶກສາ.