ຫລັກສູດຕົວແທນ ແລະນາຍຫນ້າ ປະກັນໄພ ຊຸດທີ່ 12

ໃນວັນເສົາ ວັນທີ 13/09/2025 ທີ່ ສະຖາບັນເສດຖະກິດການເງິນ ໄດ້ຈັດຝຶກອົບຮົມ ຫລັກສູດຕົວແທນ ແລະນາຍຫນ້າ ປະກັນໄພ ຊຸດທີ່ 12 ຂື້ນ ເຊິ່ງ​ການ​ຝຶກ​ອົບ​ຮົມ​ຄັ້ງ​ນີ້ ເປັນ​ກ​ານ​ຮ່ວມ​ມື​ລະ​ຫວ່າງ ກົມຄຸ້ມ​ຄອງວິ​ສາ​ຫະ​ກິດ​ລັດ​ລົງ​ທຶນ ແລະ ການ​ປະ​ກັນ​ໄພ ຮ່ວມກັບ ສະ​ຖາ​ບັນ​ ເສດຖະກິດ-ການເງິນ ມີຜູ້ເຂົ້າຮ່ວມ ທັງໝົດ 112 ຄົນ ເຊິ່ງວິ​ຊາ​ທີ່​ຈະ​ຂື້ນ​ບັນ​ຍາຍປະ​ກອບ​ດ້ວຍ 05 ວິ​ຊ​າຮຽນຄື : 1.ວິ​ຊາ​ຄວາມ​ຮູ້​ທົ່ວ​ໄປ ແລະ ເງື່ອນ​ໄຂ ກ່ຽວ​ກັບ​ການ​ເປັນ​ຕົວ​ແທນ ຄົນ​ກາງ​ປະ​ກັນ​ໄພ 2. ວິ​ຊາ​ກົດ​ໝາຍ​ປະ​ກັນ​ໄພ ແລະ ບັນ​ດາ​ນິ​ຕິ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ຄົນ​ກາງ​ປະ​ກັນ​ໄພ 3. ວິ​ຊາ​ຄວາມ​ຮູ້​ກ່ຽວ​ກັບ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ປະ​ກັນ​ໄພ: ປະ​ກັນ​ຊີ​ວິດ 4. ວິ​ຊາ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຂາຍ ແລະ ການ​ບໍ​ລິ​ການ​ທີ່​ດີ 5. ວິ​ຊາ​ຈັນ​ຍາ​ບັນ ແລະ ຈັນ​ຍາ​ທຳ ໃນ​ການ​ປະ​ກອບ​ອາ​ຊີບ​ຂອງ​ຕົວ​ແທນ ແລະ ນາຍ​ໜ້າ​ປະ​ກັນ​ໄພ

Scroll to Top