ພະແນກຄຸ້ມຄອງການປະກັນໄພ ແລະ ທີ່ປຶກສາການເງິນ ໄດ້ຕາງໜ້າໃຫ້ກົມ ຄລປ ເຂົ້າຮ່ວມກອງປະຊຸມ ຈີນ-ອາຊຽນ ກ່ຽວກັບການຮ່ວມມື ແລະ ການພັດທະນາດ້ານການເງິນ ປະຈຳປີ 2025 ແລະ ງານມະຫາກໍາວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 22 ຢູ່ນະຄອນໜານໜິງ, ເຂດປົກຄອງຕົນເອງກວາງຊີ ສປ ຈີນ ໃນລະຫວ່າງວັນທີ 16-19 ກັນຍາ 2025.

ທ່ານ ພອນວິໄລ ເທບວິໄລ ຫົວໜ້າພະແນກຄຸ້ມຄອງການປະກັນໄພ ແລະ ທີ່ປຶກສາການເງິນ ພ້ອມດ້ວຍ ທ່ານ ນ ສຸກສາຄອນ ມີໄຊຜົນ ຮອງພະແນກ ເຂົ້າຮ່ວມກອງປະຊຸມປຶກສາຫາລື ຈີນ-ອາຊຽນ ກ່ຽວກັບການຮ່ວມມື ແລະ ການພັດທະນາດ້ານການເງິນປີ 2025 (China ASEAN Financial Cooperation and Development Forum 2025) ແລະ ງານມະຫາກໍາວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 22 (Th 22nd CAEXPO) ຢູ່ນະຄອນໜານໜິງ, ເຂດປົກຄອງຕົນເອງກວາງຊີ ສປ ຈີນ. ກອງປະຊຸມປຶກສາຫາລືຄັ້ງນີ້, ມີຜູ້ເຂົ້າຮ່ວມຈາກ ບັນດາຄະນະຜູ້ບໍລິຫານຂອງອົງການຄຸ້ມຄອງດ້ານການເງິນ, ຄະນະຜູ້ວ່າການທະນາຄານກາງຈາກບັນດາປະເທດອາຊຽນ ແລະ ຊ່ຽວຊານຈາກບັນດາສະຖາບັນການເງິນລວມທັງທະນາຄານທຸ ລະກິດ, ບໍລິສັດປະກັນໄພ, ບໍລິສັດຫຼັກຊັບ ລວມທັງໝົດ ປະມານ 300 ຄົນ. ມີຂັ້ນການນໍາຈາກຂະແໜງການການເງິນ, ທະນາຄານຂອງ ສປ ຈີນ ແລະ ທະ ນາຄານກາງຈາກບັນດາປະເທດອາຊຽນ ຂຶ້ນກ່າວມີຄໍາເຫັນ ເພື່ອແລກປ່ຽນບົດຮຽນ ກ່ຽວກັບ ການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນຂອງບັນດາປະເທດສະມາຊິກອາຊຽນ ແລະ ການສົ່ງເສີມການຊໍາລະສະສາງທາງດ້ານການຄ້າ ແລະ ການລົງທຶນ ເປັນສະກຸນເງິນທ້ອງຖິ່ນ ແລະ ເງີນຢວນ. ໃນໂອກາດດັ່ງກ່າວ ທ່ານ ພອນວິໄລ ເທບວິໄລ ກໍ່ໄດ້ກ່າວມີຄໍາເຫັນພາຍໃຕ້ຫົວຂໍ້ “ການຮ່ວມມືທາງດ້ານການເງິນ ແລະ ການພັດທະນາ China-ASEAN Financial Cooperation & Development ” ຊຶ່ງໄດ້ຍົກໃຫ້ເຫັນສະພາບການຂະຫຍາຍຕົວຂອງຕະຫຼາດປະກັນໄພຂອງ ສປປ ລາວ ໃນໄລຍະ 10ປີຜ່ານມາ, ຄວາມຄືບໜ້າໃນການພັດທະນາລະບົບການເງິນສີຂຽວ ພາຍໃຕ້ການຮ່ວມມືຂອງອາຊຽນ ໂດຍສະເພາະ ສປປ ລາວ ແລະ ວຽການງານການບໍລິການປະກັນໄພ ກໍ່ເປັນໜຶ່ງໃນຂອບວຽກຂອງອາຊຽນ+3(under CAFTA 3.0) ແລະ ແຜນການໃນຕໍ່ໜ້າຂອງວຽກງານຄຸ້ມຄອງປະກັນໄພໃນຕໍ່ໜ້າໂດຍສະເພາະ Digital transformation (DX) ທີ່ຈະສາມາດເຊື່ອມໂຍງກັບລະບົບຮັບຊຳລະຂ້າມແດນດ້ວຍດິຈິຕອລຜ່ານທະນາຄານທຸລະກິດຂອງ ສປປ ລາວ, ເຊິ່ງຈະຊ່ວຍອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວຈີນ ສາມາດໃຊ້ບໍລິການປະກັນໄພ ແລະ ສາມາດຊໍາລະເປັນສະກຸນເງິນຢວນໃນ ສປປ ລາວ ໄດ້ຢ່າງປອດໄພ ໂດຍຜ່ານ QR Code ຂອງຮ້ານຄ້າຢູ່ລາວ. ນອກຈາກນັ້ນ, ກໍ່ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ເປັນຕົ້ນ ກອງປະຊຸມໂຕະມົນສົນທະນາໃນຂອບກົດລະບຽບສໍາລັບຂໍ້ມູນການເງິນຂ້າມຊາຍແດນ ແລະ ການປົກປ້ອງຂໍ້ມູນ “(The Regulatory Framework for Cross-border Data Flow & Data Protection)” ໂດຍກອງປະຊຸມໄດ້ເຫັນດີເປັນເອກະພາບໃຫ້ເພີ່ມທະວີການຮ່ວມມື ດ້ານການກາຮ່ວມມືເພື່ອແລກປ່ຽນບົດຮຽນການຄຸ້ມຄອງ ແລະ ປ້ອງກັນຂໍ້ມູນສ່ວນໂຕຂອງທ້ອງຖິ່ນລະຫວ່າງກັນຫຼາຍຂຶ້ນ, ພ້ອມທັງແລກປ່ຽນຄວາມຮູ້ ສ້າງຄວາມອາດສາມາດລະຫວ່າງກັນ ເພື່ອພັດທະນາຜະລິດຕະພັນ ແລະ ໝູນໃຊ້ປັນຍາປະດິດ (AI) ເຂົ້າໃນການອໍານວຍຄວາມສະດວກ ດ້ານການບໍລິການທາງດ້ານການເງິນໂດຍມີເປົ້າໝາຍຫັນເປັນທັນສະໄໝຫຼາຍຂຶ້ນ.
Scroll to Top