ກົມ ຄລປ ໃນຖານະສະມາຊິກສະຖາບັນຄົ້ນຄວ້າ ແລະ ຝືກອົບຮົມປະກັນໄພອາຊຽນ(AITRI), ຊຶ່ງໄດ້ຮັບການຍົກເວັ້ນຄ່າລົງທະບຽນໃນການເຂົ້າຮ່ວມຝຶກອົບຮົມວຽກງານປະກັນໄພຮ່ວມກັບບັນດາປະເທດອາຊຽນ ຕາມການຕົກລົງຂອງສະພາບໍລິຫານ AITRI, ຊຶ່ງແຕ່ລະປີຈະມີການຈັດຝຶກອົບຮົມ 4-5ຫົວຂໍ້ໍຕໍ່ປີ ສຳລັບປີ 2025 ແມ່ນ 5ຫົວຂໍ້ ການຝຶກອົບຮົມຄັ້ງນີ້ແມ່ນເທື່ອທີ່4 ຂອງປີ 2025. ປະເທດສະມາຊິກສາມາດສົ່ງຕົວແທນຂອງຕົນ ເຂົ້າຮ່ວມໄດ້ບໍ່ເກີນ 3ຄົນ, ຄ່າໃຊ້ຈ່າຍໃນການເດີນທາງ, ທີ່ພັກ ແລະ ຄ່າໃຊ້ຈ່າຍອື່ນໆ ຜູ້ເຂົ້າຮ່ວມແມ່ນຮັບຜິດຊອບເອງ. ສຳລັບປະເທດທີ່ບໍ່ແມ່ນະມາຊິກຈພໄດ້ເສຍຄ່າລົງທະບຽນ 500ໂດລາ/ຄົນ/ຄັ້ງ. ສຳລັບການຝຶກອົບຮົມຄັ້ງນີ້ມີມີທັງໝົດ 30ຄົນ ຕາກ 13ປະເທດ(ພາຍໃນອາຊຽນແມ່ນຂາດແຕ່ປະເທດບູໄນ ເນື່ອງຈາກຄາກອງປະຊຸມພາຍໃນ). ນອກຈາກນີ້ຍັງມີໜ່ວຍງານທີ່ຄຸ້ມຄອງວຽກງານປະກັນໄພເຂົ້າຮ່ວມນຳ ມີທັງໝົດ 4ປະເທດຄື: 1. Central Bank of Papua New Guinea, 2. Labuan Financial Services Authority, 3. Nepal Insurance Authority & 4. Reserve Bank of Vanuatu.
ຜົນໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ແມ່ນນ: ຜ່ານການຝຶກອົບຮົມແລ້ວຜູ້ເຂົ້າຮ່ວມຈະສາມາດເຫັນຜົນກະທົບຂອງການໃຊ້ມາດຕະຖານການລາຍງານການເງິນ IFRS 17(ສັນຍາປະກັນໄພ), ຮູ້ວິທີການສໍາຫຼວດຜົນກະທົບຂອງ IFRS 17 ກ່ຽວກັບລາຍງານການເງິນ, ຮູ້ຂັ້ນຕອນການກໍານົດບູລິມະສິດການຕິດຕາມ ແລະ ກຳນົດບັນຫາທີ່ພົ້ນເດັ່ນຂອງບົດລາຍງານຜ່ານສັນຍາປະກັນໄພ ແລະ ຜ່ານບົດສະຫຼຸບການເງິນ ພາຍໃຕ້ມາດຕະຖານການລາຍງານການເງິນແບບໃຫມ່ນີ້ ແລະ ຮູ້ຂັ້ນຕອນການເຮັດວຽກໂດຍຜ່ານການເຮດວຽກຕົວຈິງຜ່ານກໍລະນີສຶກສາ ເພື່ອສ້າງຄວາມເຂົ້າໃຈໃຫ້ຜູ້ເຂົ້າຮ່ວມ.